ຄວາມເປັນມາ

ໂຮງຮຽນວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ແມ່ນໝາກຜົນສຳເລັດຂອງການຮ່ວມມືແບບພິເສດຂອງ ສອງນະຄອນຫລວງ ລະຫວ່າງ ນະຄອນຫລວງວຽງຈັນ (ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ) ກັບ ນະຄອນຫລວງຮ່າໂນ້ຍ (ປະເທດ ສ.ສ ຫວຽດນາມ) ເຊິ່ງໂຮງຮຽນໄດ້ຮັບການສ້າງຂຶ້ນ ໃນປີ ຄ.ສ 2004 ຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງສຶກສາ ທິການເລກທີ 0473/ອສ.03 ລົງວັນທີ 02/04/2003.